DNS ແມ່ນຫຍັງ ?

DNS ແມ່ນຫຍັງ?
ໝວດ: Technical Documents
ວັນທີເຜີຍແຜ່ ວັນຈັນ, 04 ພະຈິກ 2013 04:18
ຂຽນໂດຍ Super Admin
ກົດເບິ່ງ: 2951

DNS ແມ່ນເຄື່ອງຄອມພິວເຕີໃນລະບົບອິນເທີເນັດ ຈະຕິດຕໍ່ສື່ສານກັນຜ່ານທາງ IP Address ເຊັ່ນ 31.170.166.214 ເປັນຕົ້ນ ຊຶ່ງຫາກ IP Address ດັ່ງກ່າວນີ້ເປັນຂອງເຄື່ອງເຊີເວີທີ່ໃຫ້ບໍລິການເວັບໄຊ ຜູ້ໃຊ້ກໍສາມາດພິມ IP Address ນີ້ລົງໃນຊ່ອງAddress Bar ຂອງບາວເຊີເພື່ອເຂົ້າເຖິງເວັບໄຊນີ້ໄດ້ ແຕ່ຢ່າງໃດກໍຕາມ ການໃຊ້ IP Address ໃນການເຂົ້າເຖິງເວັບໄຊນັ້ນຈື່ຍາກແລະບໍ່ສະດວກໃນການໃຊ້ງານ ຈຶ່ງມີການຄິດຄົ້ນສິ່ງທີ່ຮຽກວ່າ Domain Name ຂຶ້ນມາ ຊຶ່ງເປັນການໃຊ້ຊື່ທີ່ເປັນຕົວອັກສອນທີ່ມີຄວາມຫມາຍໃນການຮຽກແທນ IP Address ເຊັ່ນ laohack779.net.tf ສາມາດໃຊ້ຮຽກແທນ IP Address 31.170.166.214 ໄດ້ ເປັນຕົ້ນ ການເຮັດວຽກງານຂອງລະບົບດັ່ງກ່າວນີ້ປຽບໄດ້ກັບການຈົດບັນທຶກລາຍຊື່ຜູ້ຕິດຕໍ່ລົງໃນສະໝຸດໂທລະສັບ ຊຶ່ງເປັນການແທນທີ່ໝາຍເລກໂທລະສັບດ້ວຍຊື່ຂອງຜູ້ຕິດຕໍ່ທີ່ຈື່ງ່າຍກວ່າ ໂປໂຕຄອນທີ່ໃຊ້ໃນການສືບຄົ້ນ Domain Name ເພື່ອຫາ IP Address ທີ່ສຳພັດກັບ Domain Name ນັ້ນ ຮຽກວ່າ Domain Name System (DNS)

0 ความคิดเห็น:

แสดงความคิดเห็น