- ສູນອິນເຕີເນັດ ແຫ່ງຊາດ ຈັດຝຶກອົບຮົມໃນຫົວຂໍ້: “ການກວດກາຊ່ອງຫວ່າງ ແລະ ການເຝົ້າລະວັງໄພຄຸກຄາມທາງລະ ບົບອິນເຕີເນັດ"
2. ກອງປະຊຸມເປີດກວ້າງພາຍໃນສອຊເພື່ອເຜີຍແຜ່ເອກະສານສໍາຄັນຂອງຂັ້ນເທິງກ່ຽວກັບວັນຍຶອຳນາດທົ່ວປະເທດ(23ສິງຫາ1945ແລະ23ສິງຫາ1975),ວັນລັດຖະທໍາມະນູນແຫ່ງຊາດແລະວັນສ້າງຕັ້ງປະຊາຄົມອາຊຽນຄົບຮອບ47ປີ
ໝວດ: ALL NEWS
ວັນທີເຜີຍແຜ່ ວັນພຸດ, 10 ກັນຍາ 2014 01:45
ຂຽນໂດຍ ນາງ ສຸພັດສອນ ສຸພັນທອນ
ກົດເບິ່ງ: 1635
ໃນເວລາ 09:00 ນາທີ, ຂອງວັນທີ 2 ກັນຍາ 2014 ຢູ່ທີ່ ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດກອງປະຊຸມເປີດກວ້າງພາຍໃນ ສອຊ ເພື່ອເຜີຍແຜ່ເອກະສານສໍາຄັນຂອງຂັ້ນເທິງກ່ຽວກັບວັນຍຶດອຳນາດທົ່ວປະເທດ (23 ສິງຫາ 1945 ແລະ 23 ສິງຫາ 1975), ວັນລັດຖະທໍາມະນູນ ແຫ່ງຊາດ ແລະ ວັນສ້າງຕັ້ງປະຊາຄົມອາຊຽນ ຄົບຮອບ 47 ປີ ພາຍໃຕ້ການເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ ເລຂາໜ່ວຍພັກ ສູນອິນເຕີເນັດ ແຫ່ງຊາດ,ຮັກສາການຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ, ເຊິ່ງມີຄະນະສູນ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການພາຍໃນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ຍັງໄດ້ຈັດພິທີມອບໃບຍ້ອງຍໍຜົນງານດີເດັ່ນ 5 ປີໃຫ້ສະມາຊິກສະຫະພັນແມ່ຍິງ ສູນອິນເຕີເນັດ ແຫ່ງຊາດ ເຊິ່ງໃນນັ້ນ ມີ 2 ສະຫາຍໄດ້ຮັບໃບຍ້ອງຍໍຂັ້ນສູນກາງສະຫະພັນແມ່ຍິງລາວ ແລະ17 ສະຫາຍ ໄດ້ຮັບໃບຍ້ອງຍໍຂັ້ນສະຫະພັນແມ່ຍິງ ກະຊວງ ປທສ.
ຫຼັງຈາກນັ້ນ ທ່ານ ຮັກສາການຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ໄດ້ເຜີຍແຜ່ເອກະສານວັນຍຶດອຳນາດທົ່ວປະເທດ 23 ສິງຫາ 1945 ແລະ 23 ສິງຫາ 1975, ເອກະສານວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ແລະ ເອກະສານວັນສ້າງຕັ້ງ ປະຊາຄົມອາຊຽນ. ພາຍຫຼັງທີ່ສໍາ ເລັດການເຜີຍແຜ່ເອກະສານແລ້ວ ທ່ານ ຮັກສາການຫົວໜ້າ ສູນອິນເຕີເນັດ ແຫ່ງຊາດ ໄດ້ໃຫ້ກຽດໂອ້ລົມກັບພະນັກ ງານ ສອຊ ເພື່ອໃຫ້ເຫັນເຖິງຄວາມສຳຄັນຂອງວັນປະຫວັດສາດດັ່ງກ່າວ ເພື່ອເຮັດໃຫ້ພະນັກ ງານທຸກສະຫາຍລະລຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນດາການນໍາພັກ-ລັດ ໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດ ລ່າເມືອງຂື້ນທັງແບບເກົ່າ ແລະ ແບບໃໝ່, ພ້ອມທັງຖອດຖອນເອົາບົດຮຽນທີ່ດີເດັ່ນຂອງການນຳແຕ່ລະທ່ານມາໝູນ ໃຊ້ເຂົ້າໃນການປະຕິບັດໜ້າທີ່ ທີ່ຖືກມອບ ໝາຍໃຫ້ສໍາເລັດຜົນ. ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ 12:00 ໂມງຂອງວັນດຽວກັນ.
3. ຝຶກອົບຮົມພາຍໃຕ້ຫົວຂໍ້:ຍຸດທະສາດແລະເຕັກໂນໂລຊີໃນການຜັນປ່ຽນເປັນIPV6(IPV6TRANSITIONSTRATEGIESANDTECHNOLOGIESWORKSHOP)
ວັນທີເຜີຍແຜ່ ວັນອັງຄານ, 26 ສິງຫາ 2014 07:55
ຂຽນໂດຍ ທ້າວ ຍຸກສະໄໝ ບຸນສີສະຫວາດ
ກົດເບິ່ງ: 2531
ໃນຕອນເຊົ້າຂອງວັນທີ 5/08/2014 ທີ່ຜ່ານມາ ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້:ຍຸດທະສາດ ແລະ ເຕັກໂນໂລຊີ ໃນການຜັນປ່ຽນເປັນ IPV6 ( IPV6 Transition Strategies and Technologies Workshop ໃນລະຫວ່າງວັນທີ 05-06/08/2014 ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດ ແຫ່ງຊາດ.
ພາຍໃຕ້ການເຂົ້າຮ່ວມເປັນປະທານເປີດຊຸດຝຶກອົບຮົມດັ່ງກ່າວໂດຍທ່ານ ສະນິດ ຊາພັກດີ ການນຳກະຊວງ ປທສ, ມີບັນດາທ່ານ ຄະນະ ສອຊ, ຫົວໜ້າພະແນກ, ຮອງພະແນກ,ພະນັກງານວິຊາການພາຍໃນ ສອຊ ແລະ ພາກສ່ວນຕ່າງໆ ເຊັ່ນ: ກົມ IT,ກົມໂທລະຄົມ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມຄື: LTC, ETL, Beeline, Sky, until, Planet ລວມທັງໝົດ 37 ທ່ານ, ຍິງ 04 ທ່ານ.
ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອເຜີຍແຜ່ຄວາມຮູ້ໃຫ້ແກ່ບັນດາອົງການຈັດຕັ້ງພາກລັດ ແລະ ບໍລິສັດທີ່ເຮັດວຽກດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ກ່ຽວກັບການຫັນປ່ຽນຈາກ IPV4 ເປັນ IPV6. ນອກຈາກນັ້ນຍັງໄດ້ເວົ້າເຖິງບັນຫາຂອງIPV4 ແລະ ຜົນດີຂອງ IPV6.
ເຊິ່ງເນື້ອໃນການຝຶກອົບຮົມໃນຄັ້ງນີ້ແມ່ນປະກອບດ້ວຍ: 1. ພາບລວມຂອງອິນເຕີເນັດIPV6 (Overview of the internet), 2. ການນຳໃຊ້ IPV6 ໃນປະຈຸບັນ (IPV6 Deployment: where are we now), 3. ການແນະນຳໃຫ້ຮູ້ຈັກ ອິນເຕີເນັດ IPV6 (Introduction to the Internet), 4. ມາດຕະຖານຕ່າງໆຂອງ IPV6 (The IPV6 Protocol / IPV6 Standards), 5. ການສ້າງເລກໝາຍ IPV6 (IPV6 Addressing), 6. ບົດບາດຂອງຜູ້ສ້າງນິຕິກຳໃນການຫັນປ່ຽນເປັນ IPV6 (Role of Policy maker and Regulator in IPV6 migration), 7. ແຜນໃນການຫັນປ່ຽນເປັນ IPV6 (IPV6 Transition Planning), 8. ຄວາມປອດໄຟ IPV6 (IPV6 Security).
ຜ່ານການຈັດຊຸດຝຶກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມສາມາດຮັບຮູ້ ແລະ ເຂົ້າໃຈບັນຫາກ໋ຽວກັບເຫດຜົນທີ່ຕ້ອງຫັນປ່ຽນຈາກ IPV4 ມາເປັນ IPV6 ແລະ ຮັບຮູ້ເພີ່ມເຕີມກ່ຽວກັບວິທີການຕ່າງໆ ລວມທັງຜົນດີ ແລະ ຜົນເສຍຂອງແຕ່ລະວິທີ, ນອກຈາກນັ້ນ ຍັງໄດ້ຮຽນຮູ້ເຖິງວິທີການຈັດຕັ້ງປະຕິບັດຂອງປະເທດຕ່າງໆທີ່ໄດ້ຫັນປ່ຽນຈາກ IPV4 ໄປເປັນ IPV6.
ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດພາຍໃຕ້ການຮ່ວມມືຂອງ ສູນອິນເຕີເນັດ ແຫ່ງຊາດ (ກະຊວງ ປທສ) ແລະ 02 ອົງການຄື: APNIC ແລະ ITU, ພາຍໃຕ້ການສະໜັບສະໜູນຈາກ 02 ອົງການຄື: APNIC ແລະ ITU, ເຊິ່ງມີນັກສຳມະນາກອນທີ່ມາສິດສອນທັງໝົດຈຳນວນ 03 ທ່ານ, ຈາກ APNIC 02 ທ່ານຄື: Mrs. Miwa FUJII ແລະ Dr. Phillip SMITH, ຈາກ ITU 01 ທ່ານ ຄື: Mr. Ashish NARAYAN. ຊຸດຝຶກອົບຮົມດັ່ງກ່າວໄດ້ປິດລົງໃນຕອນແລງຂອງວັນທີ 06/08/2014.
0 ความคิดเห็น:
แสดงความคิดเห็น